ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ​ຈະ​ຟື້ນ​ຟູ​ການ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ ໃຫ້​ສູ່​ລະດັບ​ປົກກະຕິ


  ສຳນັກ​ຂ່າວ​ຟອກ​​ສ​ນິວ ລາຍ​ງານ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ: ທະນາຄານ ເຈ ພີ ມໍ​ແກນ (J.P.Morgan) ທີ່​ເປັນ​ສະ​ຖາ​ບັນ​ບໍລິການ​ດ້ານ​ການ​ເງິນ​ຂອງ​ອາ​ເມ​ຣິ​
ກາ ໄດ້​ເຜີຍແຜ່​ບົດ​ລາຍ​ງານ​ການ​ປະ​ເມີນ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້​ໂດຍ​ເຫັນ​ວ່າ: ເຖິງ​ວ່າ​ປະເທດ​ຕາເວັນຕົກ​ໄດ້​ປະຕິບັດ​ມາດ​ຕະການ​ລົງໂທດ​ທີ່​ແນໃສ່​ດ້ານ​ພະລັງ ງານ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ​ຫຼາຍ​ຮອບ, ສົ່ງ​ຜົນ​ເຮັດ​ໃຫ້ການ​ສົ່ງ​ອອກ​ນ້ຳມັນ​ຂອງ​ຣັດ​ເຊຍ​ທີ່​ມີ​ຕໍ່​ເອີ​ຣົບ​ນັ້ນ​ຫຼຸດ​ໜ້ອຍ​ລົງ​ກໍ​ຕາມ, ແຕ່​ເນື່ອງ​ຈາກ​ວ່າຄວາມ​ຕ້ອງ ການ​ຢູ່​ພາກ​ພື້ນ​ອາຊີ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້ການ​ສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ປານໃດ. ໃນ​ເດືອນ​ມິຖຸນາ​ປີ​ນີ້, ຣັດ​ເຊຍ​ຈະ​ສາ ມາດ​ຟື້ນ​ຟູ​ປະລິມານ​ການ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ຄື​ກັບ​ໄລຍະ​ກ່ອນ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຣັດ​ເຊຍ-ອູ​ແກຣນ ທີ່​ສາມາດ​ຜະ ລິດ​ນ້ຳມັນ​ເຊື້ອ​ໄຟ​ໄດ້ 10.800.000 ບາ​ເຣນ​ຕໍ່​ມື້.    ນັບ​ແຕ່​ຕົ້ນ​ເດືອນ​ກຸມພາ​ປີ​ນີ້, ສະຫະພາບ​ເອີ​ຣົບ ແລະ G7 ໄດ້​ປະຕິບັດ​ມາດ​ຕະການ​ຈຳກັດ​ລາຄາ​ນ້ຳ ມັນ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ ທີ່​ສົ່ງ​ອອກ​ຜ່ານ​ການ​ຂົນສົ່ງ​ທາງ​ເຮືອ​ໃຫ້​ຢູ່​ໃນ​ລະດັບ 60 ໂດ​ລາ​ຕໍ່​ບາ​ເຣນ, ສ່ວນ​ຝ່າຍ​ຣັດ​ເຊຍ ໄດ້​ປະກາດ​ຫຼຸດ​ປະລິມານ​ການ​ຜະລິດ
​ນ້ຳມັນ​ເຊື້ອ​ໄຟ​ໃນ​ຈຳນວນ 500.000 ບາ​ເຣນ​ຕໍ່​ມື້​ໃນ​ເດືອນ​ມິ​ນາ​ນີ້, ເທົ່າ​ກັບ 5% ຂອງ​ຍອດ​ປະລິມານ​ການ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ທັງ​ໝົດ​ຂອງ​ຣັດ​ເຊຍ, ເພື່ອ​ຕອບ​ໂຕ້​ຕໍ່​ມາດ​ຕະການ​ຈຳກັດ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ປະເທດ​ຕາເວັນຕົກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/03/2023